ກະຕິກາ ເເລະ ເງື່ອນໄຂຂອງໂປຣໂມຊັ້ນ
ຜູ້ເຂົ້າຮ່ວມກິດຈະກໍາຊື້ຜະລິດຕະພັນ “ໂຄ້ກ” “ໂຄ້ກບໍ່ມີນໍ້າຕານ” “ເເຟນຕ້າ” (ທຸກລົດຊາດ) ຫຼື “ສະໄປຣ” ຊະນິດຕຸກພາສຕິກຂະໜາດ 450ມລ, 500ມລ ເເລະ 1.25ລິດ ຝາເຫຼືອງ ຈາກຮ້ານຄ້າທີ່ຮ່ວມລາຍການທົ່ວປະເທດ, ແລ້ວລົງທະບຽນໃນລະບົບຕາມຂັ້ນຕອນດັ່ງນີ້:
ສະເເກນ QR Code ເທິງຝາ ເພື່ອສະໝັກລົງທະບຽນຄັ້ງທໍາອິດໃນລະບົບ ຫຼື ສາມາດລົງທະບຽນໄດ້ທີ່ Messenger Facebook Page Coca-Cola (La). ລະບຸ ຊື່ ເເລະ ນາມສະກຸນ, ວັນເດືອນປີເກີດ, ເພດ, ເບີໂທຕິດຕໍ່ ເເລະ ເເຂວງ ຂອງຜູ້ເຂົ້າຮ່ວມກິດຈະກຳ.
ຫຼັງຈາກລົງທະບຽນສໍາເລັດເເລ້ວ ຜູ້ເຂົ້າຮ່ວມກິດຈະກໍາສາມາດໃສ່ລະຫັດ 10 ໂຕເລກຢູ່ກ້ອງຝາເຂົ້າໃນບັນຊີຂອງຜູ້ເຂົ້າຮ່ວມກິດຈະກໍາໄດ້,ໂດຍການສະແກນ QR Code ຫຼື Messenger Facebook Page Coca-Cola (La). ເພື່ອລຸ້ນເປັນຜູ້ໂຊກດີຮັບຂອງລາງວັັນຈາກທາງບໍລິສັດ.
ເລີ່ມກິດຈະກຳຕັ້ງແຕ່ວັນທີ 15 ເດືອນ ມີນາ ປີ 2023 ເປັນຕົ້ນໄປ ຫາວັນທີ 15 ເດືອນ ມິຖຸນາ 2023
ເງື່ອນໄຂການຮັບຂອງລາງວັນ
- ໂຊກດີຕ້ອງສະເເດງໂຕຕົນໂດຍການເຂົ້າບັນຊີທີ່ຖືກລາງວັນໄດ້.
- ສະເເດງບັດປະຈໍາໂຕ ຫຼື ສໍາມະໂນຄົວ ຂອງຜູ້ໂຊກດີ ໃຫ້ກົງກັບຂໍ້ມູນທີ່ລົງທະບຽນ.
- ກິດຈະກໍານີ້ແມ່ນສະເພາະລູກຄ້າທີ່ມີອາຍຸ 13 ປີ ຂຶ້ນໄປເທົ່ານັ້ນ.
- ເເຈ້ງເບີໂທລະສັບທີ່ໃຊ້ໃນການລົງທະບຽນໃນບັນຊີໃຫ້ຖືກຕ້ອງ ເປັນເບີໂທລະສັບ ທີ່ສາມາດຕິດຕໍ່ໄດ້ເທົ່ານັ້ນ.
- ກໍລະນີຜູ້ໂຊກດີຖືກລາງວັນໃຫຍ່ (ເເພັກເກັດ K-Pop Tour ປະເທດເກົາຫລີໃຕ້) ບໍລິສັດຈະເປັນຜູ້ຮັບຜິດຊອບຄ່າວີຊ່າ, ຄ່າເດີນທາງ, ຄ່າທີ່ພັກ ແລະ ຄ່າອາຫານມື້ລະສາມຄາບໃຫ້ແກ່ຜູ້ໂຊກດີ (ທີ່ປະເທດເກົາຫລີໃຕ້ເທົ່ານັ້ນ) ນອກເໜືອຈາກນັ້ນແມ່ນຜູ້ໂຊກດີຕ້ອງຮັບຜິດຊອບຕົນເອງ.
- ຄ່າໃຊ້ຈ່າຍອື່ນທີ່ທາງບໍລິສັດບໍ່ໄດ້ລະບຸໄວ້ແມ່ນຜູ້ໂຊກດີຕ້ອງໄດ້ຮັບຜິດຊອບເອງ.
- ບໍລິສັດ ຂໍສະຫງວນສິດໃນການມອບ, ຍົກເລີກ ຫຼື ຮ້ອງຄືນລາງວັນທັງໝົດຖ້າພົບວ່າມີການສໍ້ໂກງ, ປອມແປງໂດຍທຸດຈະລິດຈາກຜູ້ໂຊກດີທີ່ໄດ້ຮັບລາງວັນ ໂດຍບໍ່ແຈ້ງບອກລ່ວງໜ້າ.
- ຂອງລາງວັນບໍ່ສາມາດໂອນສິດ ແລກ ຫຼື ປ່ຽນເປັນລາງວັນອື່ນ ຫຼື ເງິນສົດໄດ້ ແລະ ຂອງລາງວັນທຸກອັນ ຜູ້ທີ່ໄດ້ຮັບລາງວັນຈະບໍ່ສາມາດເລືອກສີ ຫຼື ລາຍເອງໄດ້ ແລະ ການຕັດສິນຂອງບໍລິສັດຖືເປັນເດັດຂາດ ແລະ ສິ້ນສຸດ.
- ບໍລິສັດຈະບໍ່ຮັບຄືນຂອງລາງວັນຫາກວ່າຂອງລາງວັນໄດ້ສົ່ງມອບ ຫຼື ຈັດສົ່ງຂອງລາງວັນໃຫ້ຜູ້ໂຊກດີຮຽບຮ້ອຍແລ້ວ.
- ບໍລິສັດບໍ່ຮັບຜິດຊອບຕໍ່ຄຸນນະພາບຂອງລາງວັນ ການຮັບປະກັນຄຸນນະພາບຂອງລາງວັນຈະເປັນໜ້າທີ່ຂອງຜູ້ຜະລິດ, ຜູ້ຂາຍ ເເລະ ຜູ້ໃຫ້ບໍລິການນັ້ນໆ ກໍານົດ.
- ສິດ ແລະ ຂອງລາງວັນທີ່ໄດ້ຮັບຈາກກິດຈະກໍານີ້ ສໍາລັບຜູ້ມີສິດ ເເລະ ປະຕິບັດຕາມເງື່ອນໄຂທີ່ບໍລິສັດກໍານົດເທົ່ານັ້ນ ຫ້າມມີການຈໍາໜ່າຍ ຫຼື ຄ້າຂາຍ.
- ຜົນການຈັບລາງວັນ ຫຼື ກໍລະນີມີຂໍ້ຜິດພາດ ຫຼື ຂໍ້ສົງໃສກ່ຽວກັບກະຕິກາ ຫຼື ເງື່ອນໄຂການເຂົ້າຮ່ວມກິດຈະກຳ ແລະ ການຮັບຂອງລາງວັນຄຳຕັດສິນຂອງບໍລິສັດຖືເປັນທີ່ສິ້ນສຸດ.
- ຜູ້ເຂົ້າຮ່ວມກິດຈະກໍາຮັບຮູ້ ເເລະ ຍອມຮັບ ໃຫ້ບໍລິສັດ ລາວ ໂຄຄາ-ໂຄລາ ບ໊ອຕຕລິງ ຈໍາກັດ ຫຼື ຕົວເເທນທົ່ວປະເທດຂອງບໍລິສັດ ຮວບຮວມຂໍ້ມູນສ່ວນບຸກຄົນທີ່ຜູ້ເຂົ້າຮ່ວມກິດຈະກໍາໄດ້ເປີດເຜີຍໃຫ້ກັບບໍລິສັດ ທາງບໍລິສັດສາມາດເປີດເຜີຍ ເເລະ ເຜີຍເເຜ່ຂໍ້ມູນດັ່ງກ່າວໄດ້ບໍ່ວ່າຈະເປັນ ຊື່ ເເລະ ນາມສະກຸນ, ວັນເດືອນປີເກີດ, ເພດ, ເບີໂທລະສັບທີ່ຢູ່ (ລວມເຖິງຕໍາເເໜ່ງ Location ຫຼື GPS), ເເຂວງ, ຮູບພາບ, ວິດີໂອ, ສຽງ ເເລະ ຂໍ້ມູນອື່ນໆທີ່ລະບຸຕົວຕົນຂອງຜູ້ເຂົ້າຮ່ວມກິດຈະກໍາໄດ້ ຕໍ່ໄປນີ້ຈະຮ້ອງລວມກັນວ່າ “ຂໍ້ມູນສ່ວນບຸກຄົນ” ທີ່ຜູ້ເຂົ້າຮ່ວມກິດຈະກໍາໄດ້ເປີດເຜີຍເພື່ອເເລກຮັບຂອງລາງວັນ ເເລະ ຈັດເກັບຂໍ້ມູນສ່ວນບຸກຄົນ ເພື່ອເປັນຫຼັກຖານການຮັບຂອງລາງວັນຂອງຜູ້ຮ່ວມກິດຈະກໍາໃນຄັ້ງນີ້ ລວມເຖິງໃຊ້ໃນການໂຄສະນາປະຊາສໍາພັນກິດຈະກໍາ ເເລະ ຜະລິດຕະພັນຂອງບໍລິສັດ ໃນສື່ທຸກປະເພດທີ່ບໍລິສັດເຫັນວ່າສົມຄວນ ໂດຍບໍ່ມີຂໍ້ຈໍາກັດໃນເລື່ອງເວລາ ເເລະ ສະຖານທີ່ ຫຼື ເພື່ອປະໂຫຍດທາງການຄ້າໃນຮູບເເບບຕ່າງໆ ທີ່ບໍລິສັດກໍາໜົດ ໂດຍບໍ່ມີຄ່າຕອບເເທນໃດໆ ບໍລິສັດຈະເກັບຮວບຮວມໃຊ້ເປີດເຜີຍ ລວມທັງເກັບຮັກສາຂໍ້ມູນສ່ວນບຸກຄົນຕາມນະໂຍບາຍຄວາມເປັນສ່ວນຕົວຂອງບໍລິສັດ.
- ຜູ້ຮ່ວມຫຼິ້ນກິດຈະກຳທຸກທ່ານຖືວ່າຮັບຊາບ ແລະ ຍິນຍອມປະຕິບັດຕາມກະຕິກາການເຂົ້າຮ່ວມ ແລະ ເງື່ອນໄຂ ໂດຍບໍ່ມີຂໍ້ຂັດແຍ້ງ.
- ຜູ້ເຂົ້າຮ່ວມຫຼິ້ນກິດຈະກຳຄວນສຶກສາກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳຢ່າງຮອບຄອບ ເມື່ອຜູ້ເຂົ້າຮ່ວມກິດຈະກຳປ້ອນລາຍລະອຽດຂໍ້ມູນເພື່ອເຂົ້າຮ່ວມກິດຈະກຳຖືເປັນການຍອມຮັບກະຕິກາ ແລະ ເງື່ອນໄຂການເຂົ້າຮ່ວມກິດຈະກຳ ແລະ ການຮັບລາງວັນທຸກປະການ.
- ສອບຖາມຂໍ້ມູນເພີ່ມເຕີມໄດ້ທີ່: https://www.facebook.com/CokeLaosOfficial ຫຼື Facebook Page: Coca-Cola (La)